Ads block

Banner 728x90px

ການລົງໂຄສະນາແນະແນວຫາກຸ່ມເປົ້າໝາຍພາຍໃນແຂວງ


 

17



91




     ໂດຍປະຕິບັດຕາມຂໍ້ຕົກລົງຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີວ່າດ້ວຍການແຕ່ງຕັ້ງພະນັກງານຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ
ແຂວງໄຊຍະບູລີລົງໂຄສະນາແນະຮັບນັກຮຽນຝຶກອົບົຮມໄລຍະສັ້ນລະດັບ1ພາຍໄຕ້ໂຄງການຝຶກອົບຮົມວິຊາຊີບ ແລະ ສະນັບສະໜູນວຽກເຮັດງານທຳຂອງໂຄງການ VTESS ພາຍໃນ5ເມືອງເປົ້າໝາຍຂອງແຂວງໄຊຍະບູລີປະຈຳປີ 2020  ໄດ້ລົງເຮັດວຽກງານດັ່ງກ່າວພາຍໃນ5 ເມືອງຂອງແຂວງໄຊຍະບູລີຄື: ເມືອງໄຊຍະບລູີ,ເມືອງພຽງ,ເມືອງຫົງສາ,ເມືອງຊຽງຮ່ອນ ແລະ ເມືອງປາກລາຍໃນທ້າຍເດືອນສິງຫາ ປີ 2020 ໂດຍແມ່ນທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນ,ທ່ານ ນາງ ສົມພິດ ສິດທິພອນ ຜູ້ປະສານງານໂຄງການ VTESS ຂັ້ນແຂວງ,ທ່ານ ນາງ ສົມປອງ ຖາວອນ ຜູ້ປະສານງານຂອງໂຄງການ VTESS ປະຈຳໂຮງຮຽນ ແລະ ທ່ານ ວິໄລສັກ ພົມມາແກ້ວ ຮອງຫົວໜ້າພະແນກກິດຈະການນັກສຶກສາຂອງໂຮງຮຽນເຂົ້າຮ່ວມເຊິ່ງກຸ່ມເປົ້າໝາຍເຂົ້າຮ່ວມແມ່ນອຳນາດການປົກຄອງເມືອງ,ຫ້ອງການພາຍໃນເມືອງທີ່ກ່ຽວຂ້ອງ ແລະ ນາຍບ້ານຕ່າງໆພາຍໃນເມືອງເຂົ້າຮ່ວມ,ໂດຍໄດ້ຮັບທຶນສະໜັບສະໜູນໃນການຈັດຕັ້ງປະຕິບັດກິດຈຳກຳໃນຄັ້ງນີ້ຈາກໂຄງການ VTESSເຊິ່ງລາຍລະອຽດມີດັ່ງນີ້:
ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ມີເປົ້າໝາຍເລັງ​ໃສ່ເພື່ອສະໜອງການຝຶກອົບຮົມວິຊາຊີບ ທີ່​ສອດ​ຄ່ອງ​ກັບຄວາມ​ຕ້ອງ​ການຂອງຕະຫຼາດແຮງງານໂດຍສຸມໃສ່ກຸ່ມເປົ້າໝາຍທີ່ເປັນໄວໝຸ່ມຜູ້ດ້ອຍໂອກາດທີ່ນອນ​ໃນ​ເກນອາຍຸລະຫວ່າງ 15 – 35 ປີ, ທີ່ຮຽນ ຈົບຊັ້ນປະຖົມ ແຕ່ບໍ່ຈົບມັດທະຍົມສຶກ​ສາຕອນຕົ້ນ, ເພື່ອ​ໃຫ້​ເຂົາ​ເຈົ້າມີວຽກເຮັດງານທຳ, ປະກອບອາຊີບດ້ວຍຕົນເອງ, ມີລາຍຮັບ ຫຼື ກັບຄືນເຂົ້າສູ່ ລະບົບການສຶກສາ. ໄລຍະຈັດຕັ້ງປະຕິບັດໂຄງການ (4 ປີ) ເລີ່ມແຕ່ເດືອນສິງຫາ 2019 - ກໍລະກົດ 2023. ໂຄງການດັ່ງກ່າວນີ້ ໄດ້ຮັບທຶນສະໜັບ ສະໜູນຈາກລັດຖະບານ ສະວິສເຊີແລນ ໂດຍຜ່ານອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດເຊີແລນ (SDC) ແລະ ຈັດຕັ້ງປະຕິບັດ ໂດຍ ອົງການ ສະວິ​ສຄອນແທັກ ແລະ ມະຫາວິທະຍາໄລ ວິທະຍາສາດປະຍຸກ ແລະ ສີລະປະ​ກຳສາດ​ (Lucerne University of Applied Science and Arts or HSLU), ປະເທດ ສະວິດເຊີແລນ. ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ລວມມີ 3 ອົງປະກອບ ທີ່ກ່ຽວພັນກັນດັ່ງ​ນີີ້:
ອົງປະກອບທີ 1: ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ແບບ​ປະ​ສົມ ແລະ ເສັ້ນ​ທາງ​ເຊື່ອມ​ຕໍ່ (IVET Training and Pathway):
ອົງປະກອບນີ້ ແນໃສ່ປັບ​ປຸງ​ຄຸນນະພາບການຝຶກອົບຮົມ​ວິ​ຊາ​ຊີບ ໃຫ້ສອດຄ່ອງກັບຄວາມ​ຕ້ອງ​ການ​ຂອງຕະຫຼາດແຮງງານ, ​ມີຄວາມຍືນຍົງ ແລະ ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ໃຫ້​ນັກ​ຮຽນສາ​ມາດສຳ​ເລັດການ​ຝຶກ​ອົບ​ຮົມວິຊາຊີບຂັ້ນພື້ນຖານ ແລະ ສືບຕໍ່ໃນລະດັບທີ່ສູງຂື້ນ. ພາຍໃຕ້ອົງປະກອບດັ່ງກ່າວໂຄງການຈະສຸມ​ໃສ່ 1) ທົບທວນຄືນບັນ​ດານິຕິກຳ ທີ່​ຕິດພັນກັບວຽກ​ງານ​ຝຶກ​ອົບ​ຮົມວິຊາຊີບແບບປະສົມ ແລະ ກົນ​ໄກການ​ໃຫ້ທຶນ; 2) ຄັດເລືອກເອົາໂຮງຮຽນ ວິຊາຊີບແບບປະສົມຢູ່ 3 ພາກຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສ​ປ​ປ ລາວ ແລະ ສ້າງຂີດຄວາມສາມາດໃຫ້ແກ່ຄູອາຈານຂອງ​ໂຮງ​ຮຽນ​ດັ່ງ​ກ່າວ ເພື່ອໃຫ້​ສາ​ມາດສະໜອງການຝຶກອົບຮົມທີ່ມີຄຸນນະພາບ; 3) ປັບປຸງ ແລະ ພັດທະນາຫຼັກສູດການຮຽນ-ການສອນ ໂດຍສົມທົບກັບພາກສ່ວນ​ຜູ້ປະ​ກອບ​ການ ເພື່ອ ຮັບປະກັນວ່າ ທັກສະຂອງຜູ້ໄດ້​ຮັບ​ການ​ຝຶກ​ອົບ​ຮົມຈາກໂຮງຮຽນເຫຼົ່ານັ້ນ ສອດຄ່ອງກັບຄວາມຕ້ອງການຂອງໜ້າວຽກຕົວຈິງ ທີ່ຜູ້ປະກອບການຕ້ອງ​ການ ກໍ​ຄືຜູ້​ໃຊ້​ແຮງ​ງານ; ແລະ 4) ສະໜອງການຝຶກອົບຮົມ​ວິ​ຊາ​ຊີບໃຫ້ແກ່ກຸ່ມ​ເປົ້າ​ໝາຍ.
ອົງປະກອບທີ 2 - ການໃຫ້​ຄຳ​ປຶກ​ສາ ແລະ ສະໜັບສະໜູນການມີວຽກເຮັດງານທຳ (Employment Support Services):
ອົງປະກອບນີ້ ແນ​ໃສ່​ໃຫ້​ຄຳ​ປຶກ​ສາ ແລະ ສະໜັບສະໜູນການມີວຽກເຮັດງານທຳເຊິ່ງ​ຖື​ວ່າເປັນຮູບແບບໃໝ່ທີ່ຈະຖືກອອກແບບ, ພັດທະນາ ແລະ ທົດລອງ ນຳໃຊ້ໃນໄລຍະຈັດຕັ້ງປະຕິບັດໂຄງການ. ກິດ​ຈະ​ກຳຮູບແບບໃໝ່ດັ່ງກ່າວ ຈະ​ນຳ​ເອົາກຸ່ມ​ເປົ້າ​ໝາຍ; ຜູ້ທີ່ອອກໂຮງຮຽນ ມາເຂົ້າຮ່ວມຂະບວນ ການແນະນໍາ ອາ​ຊີບ ເປັນໄລຍະເວລາຫຼາຍເດືອນ ເພື່ອຊ່ວຍໃຫ້ພວກເຂົາເຈົ້າກັບຄືນເຂົ້າສູ່ການມີວຽກເຮັດງານທຳ,​ ປະກອບອາຊີບຕົນເອງ, ສ້າງລາຍຮັບ ຫຼື ກັບຄືນສູ່ ລະບົບການສຶກສາ. ອົງປະກອບນີ້ ແມ່ນເຊື່ອມໂຍງໂດຍ​ກົງກັບອົງປະກອບທີ 1. ພາຍໃຕ້ອົງປະກອບນີ້ໂຄງການຈະສຸມ​ໃສ່: 1) ດັດປັບຮູບແບບ ແນວຄວາມຄິດຂອງການໃຫ້ຄຳ​ປຶກ​ສາ ແລະ ສະໜັບສະໜູນການມີວຽກເຮັດງານທຳໃຫ້ເໝາະສົມກັບສະພາບຕົວຈິງຂອງ ສ​ປ​ປ ລາວ; 2) ຄັດເລືອກເອົາ ບັນດາຄູ່ຮ່ວມງານທີ່ເຮັດວຽກໃຫ້ການບໍລິການຊອກຫາວຽກເຮັດງານທຳຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ ເພື່ອສ້າງຂີດຄວາມສາມາດຂອງເຂົາເຈົ້າ ໃນການໃຫ້​ຄຳ​ປຶກ​ສາ ແລະ ແນະນໍາວິ​ຊາ​ຊີບກໍ​ຄື​ສະ​ໜັບ​ສະ​ໜູນ​ການ​ມີ​ວຽກ​ເຮັດ​ງານ​ທຳໃຫ້​ມີຄຸນນະພາບດີ​ຂື້ນ; 3) ສະໜອງການບໍລິການ ການໃຫ້​ຄຳ​ປຶກ​ສາ ແລະ ແນະນໍາອາ​ຊີບ ກໍ​ຄື​ສະ​ໜັບ​ສະ​ໜູນ​ການ​ມີ​ວຽກ​ເຮັດ​ງານ​ທຳ ໃຫ້ແກ່ກຸ່ມ​ເປົ້າ​ໝ​າຍ​ໂດຍ​ສະ​ເພາະ​ຜູ້​ທີ່​ອອກ​ໂຮງ​ຮຽນ; ແລະ 4) ສະ​ເໜີ​​ໃຫ້ນຳ​ເອົາກິດຈະກຳທົດລອງ ແລະ ບົດ​ຮຽນກ່ຽວກັບການໃຫ້ຄຳປຶກສາ ແລະ ສໜັບສະໜູນການມີວຽກເຮັດງານທຳ ເພື່ອເຊື່ອມ​ສານ​ເຂົ້າ​ໃນ​ລະ​ບົບ​ການ​ສຶກ​ສາ​​ວີ​ຊາ​ຊີບໃນລະດັບຊາດ ແລະ ລະດັບ​​ທ້ອງ​ຖິ່ນ.
ອົງປະກອບທີ 3 - ​ປັບ​ປຸງສະ​ພາບ​ແວດ​ລ້ອມ​ເອື້ອ​ອຳ​ນວຍ​ຕໍ່ວຽກ​ງານ​ອາ​ຊີ​ວະ​ສຶກ​ສາ (Improvement of TVET Framework):
ອົງປະກອບນີ້ ຈະເລັງໃສ່ປັບ​ປຸງ ແລະ ສ້າງເງື່ອນໄຂທາງສະ​ພາບແວດ​ລ້ອມ​ທີ່​ເ​ອື້ອອຳ​ນວຍ​ຕໍ່ວຽກ​ງານ​ອາ​ຊີ​ວະ​ສຶກ​ສາ ​ໂດຍ​ສະ​ເພາະວຽກງານຝຶກອົບຮົມວິຊາຊີບແບບປະສົມ ແລະ ສະໜັບສະໜູນການມີວຽກເຮັດງານທຳໃຫ້ເປັນລະບົບ. ນອກຈາກນັ້ນ, ອົງປະກອບນີ້ຍັງຈະຄັດ​ເລືອກ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນ ໂຄງການ ຫຼື ​ກິດ​ຈະ​ກຳທີ່​ສ້າງ​ສັນ ທີ່​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ລ​ະ​ບົບວຽກ​ງານ​ການຝຶກ​ອົບ​ຮົມ​ວິ​ຊາ​ຊີບ ທັງ​ໃນ​ລະ​ດັບ​ທ້ອງ​ຖິ່ນ ແລະ ໃນລະດັບ​ຊາດ.
ໄລຍະເລີ່ມຕົ້ນ:                      ເດືອນສິງຫາ 2019 - ມີນາ 2020
ໄລ​ຍະ​ເວ​ລາຂອງໂຄງການ: (4 ປີ)  ແຕ່ເດືອນສິງຫາ 2019 - ກໍລະກົດ 2023
ໃຫ້​ທຶນໂດຍ:                      ລັດຖະບານ ສະວິສເຊີແລນ ໂດຍຜ່ານ ອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດເຊີແລນ (SDC)
ຜູ້ຈັດຕັ້ງປະຕິບັດ:                  ອົງການສະວິ​ສຄອນແທັກ / ມະຫາວິທະຍາໄລ ວິທະຍາສາດປະຍຸກ ແລະ ສີລະປະ​ກຳສາດ (Lucerne University)
ຄູ່ຮ່ວມງານຫຼັກຈາກພາກລັດຖະບານ:
-           ກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ (ຄູ່ຮ່ວມງານຫຼັກ)
-           ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ​ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ກຸ່ມເປົ້າໝາຍ:
-           ຜູ້ທີ່ອອກໂຮງຮຽນ: ໄວໜຸ່ມ (ອາຍຸ 15 – 35 ປີ) ຜູ້ທີ່ຈົບປະຖົມ​ ແຕ່ບໍ່ຈົບມັດທະຍົມ​ສຶກ​ສາຕອນຕົ້ນ, ມາຈາກຄອບຄົວທຸກ​ຍາກ ຫຼື ພື້ນ​ຖານ​ເສດ​ຖະ​ກິດຝືດ​ເຄືອງ.
-           ຄູອາຈານທີ່​ສັງ​ກັດ​ໃນສະຖານອະຊີວະສຶກສາ, ພະນັກງານຈາກສູນຈັດຫາງານ ຫຼື ອົງ​ການ​ຈັດ​ຕັ້ງທີ່ກ່ຽວຂ້ອງ (ຜູ້ໃຫ້​ຄຳປຶກສາດ້ານວິຊາຊີບ, ຄູຝຶກ​ການ​ສ້າງວຽກ​ເຮັດ​ງານ​ທຳ, ຊຸມຊົນ, ແຮງງານເຍົາວະຊົນ, ຜູ້ອຳນວຍຄວາມສະດວກຂັ້ນບ້ານ, ແລະ ນັກສັງຄົມສົງເຄາະ).

1.                               ຜົນປະໂຫຍດທີ່ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຮັບຈາກໂຄງການVTESS
1.
ເບ້ຍລ້ຽງປະຈຳເດືອນ         650.000 ກີບ
5.
ຄ່າອຸປະກອນຮັບໃຊ້ການຝຶກ  ໂຄງການຮັບຜິດຊອບ
2.
ເຄື່ອງແບບຝຶກອົບ                       2 ຊຸດ
6.
ຄ່າອຸປະກອນຮັບໃຊ້ການຝຶກ  ໂຄງການຮັບຜິດຊອບ
3.
ເກີບຮັບໃຊ້ການເຮັດພາກປະຕິບັດ     1 ຄູ່      
7.
ຄ່າຫໍພັກຂອງນັກຝຶກອົບຮົມ   ໂຄງການນັບຜິດຊອບ
4.
ຄ່າເດີນທາງໄປ-ກັບ          200.000 ກີບ
8.
ຄ່າເບ້ຍລ້ຽງໄລຍະຝຶກງານ     795.000ກີບ /ເດືອນ




- ພາຍຫຼ ໂຄງການ VTESS ຈະໃຫ້ຄຳ​ປຶກ​ສາ ແລະ ສະໜັບສະໜູນການມີວຽກເຮັດງານທຳ (Employment Support Services):   
           ຜົນປະໂຫຍດທີ່ຈະໄດ້ຮັບຈາກໂຄງການ       
1.                      1. ຄ່າຊົ່ວໂມງສອນຂອງຄູ-ອາຈານ 8.000 ກີບ/ຊົ່ວໂມງ
2.                     2.  ອຸປະກອນ-ເຄື່ອງມືວັດສະດຸຮັບໃຊ້ໃນການຝຶກອົບຮົມ
3.                     3.  ຄ່າທີ່ພັກຂອງນັກຝຶກອົບ ແລະ ການປັບປຸງພື໊ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນຈຳນວນນຶ່ງ
               ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີຈັດການຮຽນ-ການສອນປະກອບມີ 5 ອາຊີບຄື:
1.     ການຕິດຕັ້ງໄຟຟ້າໃນອາຄານ
2.     ການສ້ອມແປງເຄື່ອງຈັກຂະໜາດນ້ອຍ
3.     ຊ່າງກໍ່-ຊ່າງໂບກ
4.     ປູກຝັງ
5.     ລ້ຽງສັດ
        ໄລຍະເວລາຂອງການຝຶກອົບຮົມແມ່ນມີດັ່ງນີ້:

                  - ລະດັບໃບປະກາສະນິຍະບັດຊັ້ນຕົ້ນລະດັບ 1            ໃຊ້ເວລາ 3 ເດືອນ
                  - ລະດັບໃບປະກາສະນິຍະບັດຊັ້ນຕົ້ນລະດັບ 2            ໃຊ້ເວລາ 6 ເດືອນ
                  - ລະດັບໃບປະກາສະນິຍະບັດຊັ້ນຕົ້ນລະດັບ 3            ໃຊ້ເວລາ 9 ເດືອນ
                  ໄລຍະເວລາທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີຈັດການຝຶກອົບຮົມ
                  - ເລີ້ມແຕ່ເດືອນ10 ຂອງ ປີ 2020 ຮອດທ້າຍປີ 2023
                  - ຄາດເຄເນເປົ້າໝາຍຂອງຜູ້ເຂົ້າຮ່ວມຝຶກອົບຮົມ 964 ຄົນ ເທົ່າກັບ 31%ຂອງເປົ້າໝາຍໂຄງການ VTESS ວາງໄວ້.
                - ສຳລັບແບບຟອມສະໝັກໃນການຝຶກອົບຮົມແມ່ນສາມາດດາວໂດດໃນເວໄຊຂອງໂຮງຮຽນທີ່  www.ivetxayaboury.blogspot.com ຫຼື ສາມາດພົວພັນທີ່ຫ້ອງການແຮງງງານ ແລະ ສະຫວັດດີການສັງຄົມຂອງເມືອງທີ່ທ່ານອາໃສຢູ່
               -  ຜູ້ສະໝັກສາມາດປະກອບແບບຟອມທາງ Online ແລະ  ເລືອກໄລຍະເວລາໃນການຝຶກອົບຮົມຂອງໂຄງການຕາມທີ່ຕົນເອງສະສະດວກໂດຍການສະແດງ QR Code ຂອງເວບໄຊຂອງໂຮງຮຽນແລ້ວຕອບຕາມນັ້ນ.
                  ເບີຜູ້ປະສານງານໂຄງການ:
               1. ທ່ານ ນາງ. ສົມປອງ ຖາວອນ ຜູ້ປະສານງານຫຼັກ ຂອງ ໂຮງຮຽນ;                     ໂທລະສັບ: 020 56 877 800
               2. ທ່ານ ນາງ. ສົມພິ            ຜູ້ປະສານງານຂັ້ນແຂວງ ຂອງ ໂຄງການ VTESS;   ໂທລະສັບ: 020 55 533 577
               ການຈັດຕັ້ງການຮຽນ-ການສອນໃນອາທິດທີ 2 ຂອງເດືອນຕຸລາປີ 2020
                                          ແບບຟອມສະໝັກທຶນຝຶກອົບຮົມໄລຍະສັ້ນຂອງໂຄງການ VTESS
013

014

015

016
ເອກະສານແບບຟອມລົງທະບຽນຂອງການລົງເຮັດວຽກຕົວຈິງກັບບັນດາເມືອງເປົ້າໝາຍພາຍໃນແຂວງໄຊຍະບູລີ
 

001

002

003

004

005

006

007

008

009

010

011

012

 ຮູບພາບການເຄື່ອນົຫວກິດຈະກຳຕ່າງໃນເວລາການລົງເຮັດວຽກກັບ 5 ເມືອງເປົ້ມໝາຍຂອງແຂວງໄຊຍະບູລີໃນປີ 2020
25

24

23

22

21

20

19

18

17

16

15

13

12

11

10

9

8

7

6

5

4

3

2

1

ไม่มีความคิดเห็น:

แสดงความคิดเห็น